UNESCO ເຊີດຊູປະທານໂຮ່ຈີມິນ ມີຄວາມໝາຍຍິ່ງໃຫຍ່ສຳລັບປະຊາຊົນ ຫວຽດນາມ ແລະ ປະຊາຊົນກ້າວໜ້າໃນໂລກ
ເພື່ອແນໃສ່ເສີມຂະຫຍາຍຄວາມໝາຍຂອງມະຕິ UNESCO, ໃນຕະຫຼອດໄລຍະ 35 ປີຜ່ານມາ, ບັນດາການເຄື່ອນໄຫວເຊີດຊູປະທານໂຮ່ຈີມິນ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນສຳຄັນໃນວຽກງານການທູດວັດທະນະທຳ ຂອງ ຫວຽດນາມ.

ໂດຍຕອບສຳພາດຕໍ່ນັກຂ່າວເນື່ອງໃນເຫດການອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ອອກມະຕິວ່າດ້ວຍການເຊີດຊູປະທານໂຮ່ຈີມິນ, ເນື່ອງໃນເຫດການ: “ໂຮ່ຈີມິນ: ບຸກຄົນເພື່ອສັນຕິພາບ, ນັກວັດທະນະທຳທີ່ດີເລີດ” ຢູ່ປາຣີ, ປະເທດຝລັ່ງ, ທ່ານນາງ ເລທິທູຮັ່ງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ເນັ້ນໜັກວ່າ: ນີ້ແມ່ນການຮັບຮູ້ຂອງປະຊາຄົມສາກົນຕໍ່ການປະກອບສ່ວນ, ການອຸທິດສ່ວນອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ ເຂົ້າໃນພາລະກິດແຫ່ງການຕໍ່ສູ້ລວມຂອງປະຊາຊົນ ຫວຽດນາມ ແລະ ໂລກ, ພ້ອມທັງເຊີດຊູ, ຍົກສູງອຸດົມການອັນສູງສົ່ງ, ສີສັນວັດທະນະທຳ ແລະ ຄວາມຄາດຫວັງຂອງເພິ່ນ ແລະ ຂອງຊາດ ຫວຽດນາມ ກ່ຽວກັບໂລກແຫ່ງສັນຕິພາບ, ສະເໝີພາບ ແລະ ມີຄວາມຜາສຸກ. ທ່ານນາງ ເລທິທູຮັ່ງ ເນັ້ນໜັກວ່າ: ບັນດາຄຸນຄ່າ, ມໍລະດົກ, ແນວຄິດຂອງປະທານໂຮ່ຈີມິນ ມີລັກສະນະລວບລວມ, ຂ້າມຜ່ານຍຸກສະໄໝ, ແມ່ນບັນດາບັນຫາເຊິ່ງ ຫວຽດນາມ ແລະ ມວນມະນຸດພວມມານະພະຍາຍາມປົກປ້ອງ ແລະ ເດີນຕາມ.
ບັນດາແນວຄິດຂອງເພິ່ນກ່ຽວກັບວັດທະນະທຳ, ການສຶກສາ ກໍ່ແມ່ນພາລະກຳເຊິ່ງ UNESCO ພວມຊຸກຍູ້ຄື: ຖືເປັນສຳຄັນດ້ານວັດທະນະທຳຫຼາກຫຼາຍສີສັນ, ດັບສູນສັດຕູຄວາມໂງ່ຈ້າ ຕິດພັນກັບການລົບລ້າງໄພກືກໜັງສື, ຮ່ຳຮຽນຕະຫຼອດຊີວິດຕິດກັບການການສຶກສາທົ່ວໂລກ, ປູກຕົ້ນໄມ້ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ… ເພື່ອແນໃສ່ເສີມຂະຫຍາຍຄວາມໝາຍຂອງມະຕິ UNESCO, ໃນຕະຫຼອດໄລຍະ 35 ປີຜ່ານມາ, ບັນດາການເຄື່ອນໄຫວເຊີດຊູ ປະທານ ໂຮ່ຈີມິນ ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນສຳຄັນໃນວຽກງານການທູດວັດທະນະທຳຂອງ ຫວຽດນາມ.
ວາລະສານຍຸກສະໄໝ ສະຫະພັນບັນດາສະມາຄົມມິດຕະພາບ
https://huunghivietlao.thoidai.com.vn/detail-article-15542.html
Tin khác đã đăng
- 680 Hot B razil Instagram Women Concepts Wonderful Brazilian Girls, Brazilian Women, Instagram Women 28/12/2022
- Latin Mail Order Brides Price Where to Order a Latin Girlfriend 25/12/2022
- Among the best Dating Applications For Ladies Of 2023 20/12/2022
- ສືບຕໍ່ເພີ່ມພູນຄູນສ້າງການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງ ຫວຽດນາມ – ຮຸງກາຣີ 16/10/2022
- ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 215 ຂອງສະພາບໍລິຫານງານ UNESCO 14/10/2022
Chưa có bình luận nào